ສະບາຍດີທຸກທ່ານຂໍເຊີນເຂົ້າສູ່ປີທ່ອງທ່ຽວລາວປີ 2018 ທີ່ແຂວງອຸດົມໄຊ ແຂວງອຸດົມໄຊເປັນແຂວງທີ່ອຸດົມສົມບຸນພູຜາປ່າໄມ້ທີ່ຂຽວງາມ ເປັນເມືອງທະເລມອກທີ່ສ່ວຍງາມ ເໝາະກັບການພັກຜ່ອນຂອງຫຼາຍໆທ່ານ ແລະເປັນອີກແຂວງໜື່ງທີ່ຢູ່ໄຈກາງທາງພາກເໜືອຂອງລາວທີ່ມີເສັ້ນທາງໄປມາສະດວກສະບາຍ ແລະ ແຂວງອຸດົນໄຊຂອງພວກເຮົາຍັງມີແຫຼ່ງທອງທ່ຽວທາງວັດທະນາທຳ ແລະ ທາງທຳມະຊາດຫຼາຍແຫຼງເຊັ່ນ: ນ້ຳຕົກຕາດນ້ຳກັດ,ນ້ຳຕົກຕາດຕະແລ,ວັດພຣະເຈົ້າສີ່ງຄຳ, ທາດໄຊມຸງຄູນ ແລະ ອີກຫຼາຍໆແຫຼ່ງ. ພາບລວມເທດສະບານເມືອງໄຊ ຕາດຕະແລເປັນສະຖານທີ່ທ່ອງທ່ຽວອີກແຮງໜື່ງທີ່ຕັ້ງຢູ່ ເມືອງຮຸ່ນ ແຂວງອຸດົມໄຊຂອງພວກເຮົາທີ່ມີຄວາມສວຍງານທາງທຳມະຊາດ ເໝາະກັບການພັກຜອນຍອນອາລົມຂອງຫຼາຍໆທ່ານ ມີອາກາດທີ່ເຢັນສະບາຍ ແລະ ມີເສົັ້ນທາງໄປມາສະດວກສະບາຍ ຫ່າງຈາກຕົວເມອືງໄປປະມາ 30 ນາທີກໍຮອດສະຖານທີ່ເຫງນີ້.ສະນັ້ນຈື່ງຂໍເຊີນຊ່ວນແຂກພາຍໃນແລະຕ່າງປະເທດທີ່ມາທ່ຽວແຂວງອຸດົມໄຊຂອງພວກເຮົາບໍ່ຄວນພາດໃນການໄປທ່ຽວນ້ຳຕົກຕາດຕະແລຂໍບອກເລີຍວ່າງາມແຕ້ໆເນີ. ພາບຂອງນ້ຳຕົກຕາດຕະແລ ຕາດນ້ຳກັດຢໍລະປາ ເປັນແຫຼ່ງທ່ອງທ່ຽວອີກບອນໜື່ງທີ່ມີຄວາມສ່ວຍງາມທາງທຳມະຊາດຜູຜ່າປ່າໄມ້ ທີ່ໜ້າທ່ຽວ...