ນ້ອຍມະນີວອນ
ສະບາຍດີທຸກທ່ານຂໍເຊີນເຂົ້າສູ່ປີທ່ອງທ່ຽວລາວປີ 2018 ທີ່ແຂວງອຸດົມໄຊ
ແຂວງອຸດົມໄຊເປັນແຂວງທີ່ອຸດົມສົມບຸນພູຜາປ່າໄມ້ທີ່ຂຽວງາມ ເປັນເມືອງທະເລມອກທີ່ສ່ວຍງາມ ເໝາະກັບການພັກຜ່ອນຂອງຫຼາຍໆທ່ານ ແລະເປັນອີກແຂວງໜື່ງທີ່ຢູ່ໄຈກາງທາງພາກເໜືອຂອງລາວທີ່ມີເສັ້ນທາງໄປມາສະດວກສະບາຍ ແລະ ແຂວງອຸດົນໄຊຂອງພວກເຮົາຍັງມີແຫຼ່ງທອງທ່ຽວທາງວັດທະນາທຳ ແລະ ທາງທຳມະຊາດຫຼາຍແຫຼງເຊັ່ນ: ນ້ຳຕົກຕາດນ້ຳກັດ,ນ້ຳຕົກຕາດຕະແລ,ວັດພຣະເຈົ້າສີ່ງຄຳ, ທາດໄຊມຸງຄູນ ແລະ ອີກຫຼາຍໆແຫຼ່ງ.
ພາບລວມເທດສະບານເມືອງໄຊ
ພາບຂອງນ້ຳຕົກຕາດຕະແລ
ເປັນແຫຼ່ງທ່ອງທ່ຽວອີກບອນໜື່ງທີ່ມີຄວາມສ່ວຍງາມທາງທຳມະຊາດຜູຜ່າປ່າໄມ້ ທີ່ໜ້າທ່ຽວຊົົມ ນັບວ່າເປັນສະຫວັນຂອງນັກເດີນທາງເລີຍກະວ່າໄດ້ ແລະ ທາງນ້ຳກັດຢໍລະປ່າຍັງມີຫຼາກຫຼາຍກິດຈະກຳໃຫ້ທ່ານໄດ້ເລືອກຫຼີ້ນຫຼາຍລາຍການ ບໍ່ວ່າຈະເປັນ ການຂີ່ສະລີ່ງ,ຂີ່ຊ້າງ,ປີນຜາ,ໄຕຂວາເທີ່ງນ້ຳກັດ,ຂີ່ລົດຊີງ,ລວຍນ້ຳ ແລະ ອີກຫຼາຍໆຢ່າງ ເພີ່ນຍັງມີລົດຮັບສົ່ງເຖິງທີ່ ແລະ ທີທີ່ພັກຕາກອາດທີແສນສະບາຍຈື່ງຢາກໃຫ້ທ່ານໄດ້ມາສຳພັດສະຖານທີ່ທ່ອງທ່ຽວແຮງນີ້ ຖ້າມາອຸດົມໄຊບໍ່ໄດ້ໄປນ້ຳກັດຢໍລະາສະແດງວ່າທ່ານຍັງມາບໍ່ຮອດອຸດົມໄຊ.
ສາຍນ້ຳກັດທີ່ໃສເຢັນໄຫຼຕະຫຼອດປີ
ນີ້ເປັນພາບບ່າງສ່ວນຂອງນ້ຳກັດຢໍລະປາ
ຖ້ຳຈອມອອງ ຖ້ຳມະຫັດສະຈັນ ແລະ ສວຍງາມຂອງແຂວງອຸດົມໄຊ
ຖ້ຳຈອມອອງນີ້ ຄຶດຄົນພົບມາຫຼາຍເຊັ່ນຄົນມາແລ້ວໂດຍຊາວບ້ານເຂດຈອມອອງ ແຕ່ໄດ້ເປີດເພີຍຕຳອົງການຈັດຕົັ້ງໃນລະຫວ່າງປີ ຄສ2004- 2005 ແລະສຳຫຼວດ ໃນປີ 2007 ແລະ 2009 ເລີມເປີດບໍລິການຕາມສະພາບການທ່ອງທ່ຽນທ້ອງຖີ່ນ.
ຖ້ຳຈອມອອງແມ່ນເອີ້ນຕາມຊື່ຂອງບ້ານ,ປະຊາຊົນທ້ອງຖີ່ນເຄີຍເອີ້ນຊື່ຖ້ຳໃນເມືອກ່ອນວ່າຖ້ຳເຈຍ ຫຼື ຖ້ຳຂີ້ເຈຍ ຍ້ອນວ່າສະໄໝກ່ອນ ມີໂຕເຈຍມາອາໄສຢູ່ເປັນຈຳນວນຫຼາຍ,ປະຊາຊົນເຂດຈອມອອງໄດ້ພາກັນມາຂຸດເອົາຂີ້ໂຕເຈຍໃນຖ້ຳມາເຮັດໝືນປືນແກັບ
ດັັ້ງນັ້ນ,ປະຊາຊົນເຂດຈອມອອງຈືງໄດ້ເອີ້ນຊືຖ້ຳນີ້ວ່າວ່າຖ້ຳເຈຍ ຫຼື ຖ້ຳຂີເຈຍ. ແຕ່ທາງຂະແໜງທ່ອງທ່ຽວໄດ້ໂຄສະນາໃຫ້ເອີ້ນຊື່ວ່າຖ້ຳຈອມອອງ ຕາມຊືຂອງບ້ານ ຈົນເຖີ່ງປັດຈຸບັນ.
ບ້ານຈອມອອງອີກປະຫວັດສາດໜື່ງທີ່ເອີ້ນວ່າຈອມອອງຍ້ອນວ່າ: ຄຳວ່່າ"ຈອມ"ເປັນພາສາກືມມຸເຊີ່ງແປວ່າຕິດຕາມໄປ,ນຳກົ້ນໄປ,ສ່ວນຄຳວ່າ"ອອງ" ແປວ່າ ໂຕຕໍດິນ,ໃນສະໄໝກ່ອນປະຊາຊົນເມືອງນາໝໍ້ ໄດ້ໄປຄ້ອງຕໍ ຫຼືຫາເອົາຮັງຕໍໍໂດຍເອົາຍວງຝ້າຍນ້ອຍໆອອ່ນໆມັດອາຫານໃສຕີນໂຕຕໍ່ແລ້ວກໍ່ປອຍໃຫ້ບີນໄປຫາຮັງ ແລ້ວປະຊາຊົນນຳໂຕຕໍ່ນັ້ນໄປແລ້ວຈື່ງພົບເຫັນພື້ນທີ່ດັງກາ່ວເປັນເຂດທີອຸດົມສົມບູນເໝາະກັບການຜະລິດກະສິກຳ,
ປູກຝັງ,ລ້ຽງສັດ.ຕໍ່ມາຈື່ງພາກັນຍ້າຍຖີ່ນຖາຍມາຢູ່ບ້ານຈອມອອງເຖີ່ງປັດຈຸບັນ
ความคิดเห็น
แสดงความคิดเห็น